ກໍາມະບານຮາກຖານພະແນກແຜນການ ແລະ ການລົງທຶນແຂວງດໍາເນີນກອງປະຊຸມໃຫຍ່ ຄັ້ງທີ V

ວັນທີ 26 ຕຸລາ 2022 ນີ້, ກຳມະບານຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ອັດຕະປື ໄດ້ດໍາເນີນກອງປະຊຸມໃຫຍ່ສະມາຊິກກຳມະບານຄັ້ງທີ V ທີ່ຫ້ອງປະຊຸມດັ່ງກ່າວ, ພາຍໃຕ້ການເປັນປະ ທານໂດຍສະຫາຍ ບຸນຮົ່ມ ສີລາເພັດ ປະທານກຳມະບານຮາກຖານ ແລະ ເປັນກຽດເຂົ້າຮ່ວມມີ ສະຫາຍ ພົງໄຊ ຈະເລີນສຸກ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີສະຫາຍ ຄຳໃບ ໄຊຍະແສງ ເລຂາໜ່ວຍພັກ ຫົວໜ້າສູນສະຖິຕິພະແນກແຜນການ ແລະ ການລົງທຶນແຂວງ, ມີແຂກຖືກເຊີນພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.
ໃນວາລະດໍາເນີນກອງປະຊຸມ ສະຫາຍ ບຸນຮົ່ມ ສີລາເພັດ ປະທານກຳມະບານຮາກຖານພະແນກແຜນການ ແລະ ການລົງທຶນແຂວງ, ໄດ້ຂື້ນຜ່ານບົດສະຫຼຸບລາຍງານການເມືອງທັງ 2 ພາກ ແລະ ທິດທາງແຜນການຄາດໝາຍສູ້ຊົນໃນຕໍ່ໝ້າ, ເຊີ່ງກຳມະບານຮາກຖານພະແນກແຜນການ ແລະ ການລົງທຶນແຂວງ, ມີ ສະມາຊິກທັງໝົດ 54 ສະຫາຍ, ຍິງ24 ສະຫາຍ,ໃນໄລຍະ 5 ປີຜ່ານມາ ໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ- ແນວຄິດ ໃຫ້ແກ່ສະມາຊິກກຳມະບານທີ່ຢູ່ໃນຖັນແຖວໃຫ້ເປັນພົນລະເມືອງດີ, ມີລະບຽບວິໄນໃນການອອກແຮງງານ, ເຄົາລົບລະບຽບການ, ລະບຽບກົດໝາຍຂອງລັດ, ກົດໝາຍວ່າດ້ວຍກຳມະບານລາວແລະນິຕິກຳອື່ນໆ, ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມວຽກງານກຳມະບານໄດ້ທັງໜົດ 50 ກ່ວາຄັ້ງ, ມີຜູ້ເຂົ້າຮ່ວມ 510 ເທື່ອສະຫາຍ, ຍິງ220 ເທື່ອສະຫາຍ, ຖືເອົາວຽກງານປັບປຸງດ້ານແບບແຜນການນຳພາ ແລະ ຂະຫຍາຍການຈັດຕັ້ງກຳມະບານໄດ້ 3 ສະຫາຍ, ຍິງ 1 ສະຫາຍ, ເທົ່າກັບ 100% ຖືເອົາການຮ່ວມຊີວິດປະຈຳເດືອນ, 3 ເດືອນເປັນການສ່ອງແສງລາຍງານສົ່ງສາຍຕັ້ງ ແລະ ສາຍຂວາງ, ເສຍເງິນສະຕິບຳລຸງກຳມະບານ, ເງິນກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງເປັນປົກກະຕີ, ເປັນເຈົ້າການໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ-ຊາວຜູ້ອອກແຮງງານຢ່າງຕັ້ງໝ້າ, ຖືເອົາວຽກງານບໍາລຸງກໍ່ສ້າງຍົກລະດັບຄວາມຮູ້ຄວາມສາມາດດ້ານວຽກງານວິຊາສະເພາະ ແລະ ຮຽນທິດສະດີການເມືອງການປົກຄອງຊັ້ນກາງ 2 ສະຫາຍ, ຊັ້ນສູງ 1 ສະຫາຍ, ບຳລຸງກົດໜາຍໄລຍະສັ້ນ 45 ວັນ ມີ 1 ສະຫາຍ, ຕິດພັນກັບວຽກງານຂະບວນການແຂ່ງຂັນຍ້ອງຍໍ ແຕ່ປີ 2018 -2022 ປະເພດກົມກອງຮັບຮອງຮາກຖານ 5 ເປັນເຈົ້າມີ 4 ຄັ້ງ, ຍ້ອງຍໍກົມກອງ 4 ໃບ, ສະມາຊິກຮັບໃບຍ້ອງຍໍໄລຍະ 1 ສະໄໜມີ 210 ເທື່ອສະຫາຍ, ຍິງ95 ເທື່ອສະຫາຍ, ນອກນັ້ນ,ກອງປະຊຸມຍັງຜ່ານມາດຖານເງື່ອນໄຂຜູ້ສະໝັກຄະນະປະທານກຳມະບານຮາກຖານຊຸດໃໝ່ ເຊິ່ງມີຜູ້ສະໝັກຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກເປັນເອກະພາບແຕ່ງຕັ້ງສະຫາຍ ແສງທະວີ ສາມະໂນຈັກ ເປັນປະທານ, ສະຫາຍ ຄຳເປີ ແກ້ວພິລາວົງ ເປັນຮອງປະທານ, ທັງເປັນປະທານກວດກາ ແລະ ສະຫາຍ ນາງ ສີອາວອນ ກຸນພິລາວັນ ເປັນຄະນະ.