ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ປະເມີນຜົນແຜນກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022

ວັນທີ 23 ພະຈິກ 2022; ໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ໄດ້ຈັດກອງປະຊຸມປະເມີນຜົນແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ຂຶ້ນທີ່ຫ້ອງປະຊຸມຂອງພະແນກ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ນ. ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີສະຫາຍເລຂາໜ່ວຍພັກ, ຄະນະພັກ, ຄະນະຮັບຜິດຊອບປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ ແລະ ສະມາຊິກພັກພາຍໃນເຂົ້າຮ່ວມ.
ສະຫາຍ ນ. ໝູຈອມ ພິມມະເສນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຂື້ນຜ່ານບົດສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ໂດຍຫຍໍ້ ແລະ ຍົກໃຫ້ເຫັນສະພາບລວມຂອງໜ່ວຍພັກ, ເຊິ່ງເປັນໜ່ວຍພັກຮາກຖານໜຶ່ງ ຂື້ນກັບການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກແຂວງ; ເປັນໃຈກາງໃນການປະສານງານກັບທຸກໆຂະແໜງການຂັ້ນແຂວງ, ອົງການທຽບເທົ່າ ແລະ ບັນດາເມືອງ, ເຮັດໜ້າທີ່ສະຫຼຸບສັງລວມແຜນພັດທະນາເສດຖະກິດ-ສັງຄົມ, ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ຮັບຜິດຊອບການສຳຫຼວດຂໍ້ມູນສະຖິຕິຕ່າງໆ ທີ່ຂັ້ນສູນກາງ ແລະ ຂັ້ນແຂວງ ມອບໃຫ້ຢ່າງມີຜົນສຳເລັດ ແລະ ມີປະສິດທິຜົນເປັນຢ່າງດີ.

Leave a Reply

Your email address will not be published. Required fields are marked *

ເຈົ້າອາດຈະພາດ