ອັດຕະປື ຕີລາຄາວຽກງານສົ່ງເສີມການລົງທຶນ

ອັດຕະປື ຕີລາຄາວຽກງານສົ່ງເສີມການລົງທຶນ
………………………….
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສົ່ງການລົງທຶນຂອງພະແນກແຜນການ-ການລົງທຶນແຂວງ ອັດຕະປື ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2022 ທີ່ຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ ແລະ ການນຳ 5 ຕົວເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການສະຫຼຸບແຜນການຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ແລະ ວຽກງານຄຸ້ມຄອງການລົງທຶນຂອງລັດ ປະຈຳ 9 ເດືອນ ແລະ ທິດທາງ 3 ເດືອນທ້າຍປີ 2022 ນໍາສະເຫນີໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາ ການຈັດຕັ້ງປະຕິບັດວຽກງານສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ມາຮອດປັດຈຸບັນໄດ້ມີການອະນຸຍາດໃຫ້ຜູ້ລົງທຶນພາກເອກະຊົນທັງໝົດມີ 79 ໂຄງການ, ມູນຄ່າການລົງທຶນທັງໝົດແມ່ນ 2.623.450.651 ໂດລາສະຫາລັດ; ໃນນັ້ນ ຂັ້ນສູນກາງອະນຸມັດ 25 ໂຄງການ, ມູນຄ່າ 2.436.639.621 ໂດລາສະຫາລັດ ແລະ ຂັ້ນທ້ອງຖິ່ນອະນຸມັດ 54 ໂຄງການ; ມູນຄ່າ 186.811.030 ໂດລາສະຫາລັດ ແລະ ແຜນການລົງທຶນຂອງລັດ ມາຮອດປີ 2022 ແຂວງອັດຕະປື ໄດ້ຮັບແຜນການລົງທຶນທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງ ມີທັງໝົດ 215 ໂຄງການ, ມູນຄ່າທຶນອະນຸມັດໃນປີ 28,88 ຕື້ກີບ ໃນນີ້ ບ້ວງແຜນລົງທຶນຂອງລັດປົກກະຕິ ມີທັງໝົດ 183 ໂຄງການ, ທຶນອະນຸມັດໃນປີ 2022 ຈໍານວນ 11.657,50 ລ້ານກີບ; ບ້ວງທຶນໂຄງການເປົ້າໝາຍສະເພາະ ມີ 1 ໂຄງການ, ທຶນອະນຸມັດໃນປີ 2022 ຈໍານວນ 1.100 ລ້ານກີບ ແລະ ທຶນສົມທົບທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ມີ 2 ໂຄງການ, ທຶນອະນຸມັດໃນປີ 2022 ຈຳນວນ 2.100 ລ້ານກີບ; ບ້ວງທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ມີທັງໝົດ 8 ໂຄງການ, ທຶນອະນຸມັດໃນປີ 2022 ຈຳນວນ 2.255,00 ລ້ານກີບ; ບ້ວງທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ ມີທັງໝົດ 5 ໂຄງການ, ທຶນອະນຸມັດໃນປີ 2022 ຈຳນວນ 573,00 ລ້ານກີບ; ບ້ວງທຶນໄພພິບັດຂອງແຂວງ ສະເໜີຫາຄະນະຄຸ້ມຄອງໄພພິບັດແຫ່ງຊາດ ມີທັງໝົດ 16 ໂຄງການ, ທຶນອະນຸມັດໃນປີ 11.200,00 ລ້ານກີບ, ໃນນັ້ນ, ໂຄງການສືບຕໍ່ 7 ໂຄງການ, ທຶນອະນຸມັດ 1.300,00 ລ້ານກີບ ແລະ ສະເໜີໃໝ່ ມີ 9 ໂຄງການ, ມູນຄ່າ 9.900,00 ລ້ານກີບ. ນອກຈາກບ້ວງທຶນປົກກະຕິແລ້ວ ແຂວງອັດຕະປື ຍັງມີແຜນລົງທຶນບ້ວງທຶນພັດທະນາຊຸມຊົນ ມີທັງໝົດ 18 ໂຄງການ, ມູນຄ່າ53,57 ຕື້ກີບ…ສຳລັບຜົນສຳເລັດໃນ 9 ເດືອນຂອງປີ 2022 ແຂວງອັດຕະປື ໄດ້ອອກອະນຸມັດລົງທຶນທັງໝົດຈຳນວນ 11 ໂຄງການ, ມູນຄ່າອະນຸມັດ 418 ຕື້ກີບ, ສາມາດປະຕິບັດໄດ້ 39,8%, ທຽບໃສ່ແຜນປີ (1.050). ກອງປະຊຸມຄັ້ງນີ້ ຍັງໄດ້ປຶກສາຫາລື, ຄົົ້ນຄວ້າຊອກວິທີທາງແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາຕັ້ງຂຶ້ນທີ່ເປັນບູລິມະສິດເຄັ່ງຮ້ອນ ເພື່ອນຳໄປຈັດຕັ້ງປະຕິບັດໃນ 3 ເດືອນທ້າຍປີ 2022 ແລະ ວາງແຜນການຍຸດທະສາດຂອງການສົ່ງເສີມການລົງທຶນໃຫ້ມີການຂະຫຍາຍຕົວດີຂຶ້ນກວ່າເກົ່າ.
ຕອນທ່າຍ ຍັງໄດ້ຮັບການໂອ້ລົມ ຈາກທ່ານ ເລັດ ໄຊຍະພອນ ເຈົ້າອັດຕະປື ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນຂົງເຂດແຜນການ-ການລົງທຶນ ໃຫ້ມີຄວາມຈົົ່ງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ປະຕິບັດວິໄນທາງດ້ານແຜນການຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີີ່ການເມືອງ ທີີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ, ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ ແລະ ເປັນເຈົ້າການສູງ, ແກ້ໄຂຂອດຂັ້ນບໍລິການປະຕູດຽວໃຫ້ໄດ້ໄວ, ຮັບປະກັນຄຸນນະພາບ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ໜ້າເຊືີ່ອຖືຕາມຈິດໃຈຮັບໃຊ້ປະຊາຊົນ ແນໃສ່ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດຢ່າງມີຈຸດສຸມ-ມີຄຸນນະພາບ, ປະຕິບັດຕາມກົດໝາຍຢ່າງຖືກຕ້ອງ, ສືບຕໍ່ຍູ້ແຮງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ເປັນກໍາລັງຕົ້ນຕໍ ໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ ເພືີ່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ໄປຕາມກົນໄກເສດຖະກິດຕະຫຼາດຕາມທິດສັງຄົມນິຍົມເທື່ອລະກ້າວ.