ກ່ຽວກັບ ສຕຂ

ປະຫວັດຄວາມເປັນມາ

ການເຄື່ອນໄຫວວຽກງານສະຖິຕິ ແມ່ນອີງໃສ່ຮູບແບບການຈັດຕັ້ງ ໄດ້ມີການປ່ຽນແປງຕາມແຕ່ລະໄລຍະຄື:

– ປີ 1976 – 1980 ​ເອີ້ນຊື່​ວ່າ ພະ​ແນ​ກ​ແຜນຜັງ ​ແຂວງ​ອັດ​ຕະປືຫົວໜ້າ​ ພະ​ແນ​ກ ທ່ານ ອຸ້ນ​ຫ້າ

– ​ປີ 1981 – 1986  ​ເອີນ​ຊື່ວ່າ ພະ​ແນ​ກ​ແຜນການ​ແຫ່ງ​ລັດຫົວໜ້າພະ​ແນ​ກ ທ່ານ ຄຳ​ສອນ ວົງ​ສຳລານ

– ​ປີ 1987- 1993 ​ເອີ້ນ​ຊື່ ວ່າ ພະ​ແນ​ກ ​ເສດຖະກິດ​ແຜນການ ​ແລະ​ການ​ເງິນຫົວໜ້າ​ພະ​ແນ​ກ ທ່ານ ຫວັດ​ສະ​ດີ ຂຸມ​ເພັດ​ຊະ​ວົງ.

  • ໜ່ວຍ​ງານ ສະຖິຕິ.
  • ປີ 1994- 1996 ​ເອີ້ນ​ວ່າ ພະ​ແນ​ກ ​ແຜນການ ​ແລະ​ການ​ຮ່ວມ​ມື ​ແຂວງຫົວໜ້າ ພະ​ແນ​ກ ທ່ານ ພູ​ສະຫັວນ ​ໄຊ​ຍະ​ສິດ

              ສຳລັບ ສະຖິຕິ ​ເອີ້ນ​ວ່າ ຂະ​ແໜງ ສະຖິຕິ. ທ່ານ ວີລະ​ພົນ ສຸດ​ທະລາ​ວົງ ​ເປັນ​ຫົວໜ້າ​ຂະ​ແໜງ

  • ​ປີ 1996 -2001 ​ເອີ້ນ​ວ່າ ພະ​ແນກ ​ແຜນການ ​ແລະການ​ຮ່ວມ​ມື​ແຂວງຫົວໜ້າ ທ່ານ ບຸນ​ທຽນ ວົງ​ພູທອນ

     ສຳລັບ ສະຖິຕິ ​ເອີ້ນ​ວ່າ ຂະ​ແໜງ ສະຖິຕິ.

  • ​ປີ 2002 – 2010 ເອີ້ນ​ວ່າ ພະ​ແນກ ​ແຜນການ ​​ແລະ​ການ​ລົງທຶນ​ແຂວງຫົວໜ້າ ພະ​ແນ​ກ ທ່ານ ສີສະ​ຫວັນ ຈັນທະ​ໄພບູນ

     ສຳລັບ ສະຖິຕິ ​ເອີ້ນ​ວ່າ ຂະ​ແໜງ ສະຖິຕິ. ທ່ານ​ທຄຳ​ໃບ ​ໄຊ​ຍະ​ແສງ ​ເປັນ​ຫົວໜ້າ​ຂະ​ແໜງ.

  • ​ປີ 2011 – 2013 ເອີ້ນ​ວ່າ ພະ​ແນກ ​ແຜນການ ​​ແລະ​ການ​ລົງທຶນ​ແຂວງຫົວໜ້າ ພະ​ແນ​ກ ທ່ານ ທະນູ​ໄຊ ບັນຊາ​ລິດ

ສຳລັບ​ສະຖິຕິ ປະກາດ​ເປັນ ສູນ​ສະຖິຕິປະຈຳ​ແຂວງ ອັດ​ຕະປື  ວັນ​ທີ 2 ​ເດືອນ 10 ປີ 2011  ຫົວໜ້າ ສູນ​     

ສະຖິຕິ​ປະຈຳ​ແຂວງ ທ່ານ ຄຳ​ໃບ ​ໄຊ​ຍະ​ແສງ

  • ​ປີ 2014 ມາ​ຮອດ​ປະຈຸ​ບັນ ເອີ້ນ​ວ່າ ພະ​ແນກ ​ແຜນການ ​​ແລະ​ການ​ລົງທຶນ​ແຂວງຫົວໜ້າ ພະ​ແນ​ກ ທ່ານ ສຸລິ​ຈັນ ພອນ​ແກ້ວ

    ສູນ​ສະຖິຕິ​ປະຈຳ​ແຂວງ​ອັດ​ຕະປື,      ຫົວໜ້າ ສູນ​ສະຖິຕິ​ປະຈຳ​ແຂວງ ທ່ານ ຄຳ​ໃບ ​ໄຊ​ຍະ​ແສງ

ພາລະບົດບາດ, ໜ້າທີ ແລະ ຂອບເຂດສິດ

  • ສູນສະຖິຕິປະຈໍາແຂວງ, ນະຄອນ ຂຽນຫຍໍດ້ວຍຕົວອັກສອນວ່າ “ສຕຂ” ຂຽນເປັນພາສາຕ່າງປະເທດ Provincial Statistics Centre (PSC) ,ສັງກັດໃນໂຄງປະກອບກົງຈັກຂອງພະແນກແຜນການ ແລະ ການລົງທືນແຂວງ, ນະຄອນ, ສ່ວນດ້ານວິຊາການ ການຈັດຕັ້ງ ແລະ ງົບປະມານຂື້ນກັບສາຍຕັ້ງ. ສໍາລັບຊິວິດການເມືອງ ແມ່ນຂື້ນກັບພະແນກແຜນການ ແລະ ການລົງທືນແຂວງ, ນະຄອນ ມີພະລະບົດບາດໃນການເກັບກໍາ, ສັງລວມ, ປຸງແຕ່ງ, ວິໄຈຂໍ້ມູນ, ເຜີຍແຜ່ ພ້ອມທັງລາຍງານສະຖິຕີທາງການກ່ຽວກັບເສດຖະກິດ-ສັງຄົມໃນລະດັບແຂວງ, ນະຄອນ ແຕ່ລະໄລຍະໃຫ້ສູນສະຖິຕິແຫ່ງຊາດ ແລະ ອົງການປົກຄອງຂັ້ນແຂວງ.

.

I. ໜ້າທີ່

1. ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ລະບຽບກົດໝາຍ, ແຜນຍຸດທະສາດ, ແຜນດຳເນີນງານເຂົ້າໃນການຈັດຕັ້ງ ປະຕິບັດຕົວຈີງໃນແຂວງ, ນະຄອນ, ສ້າງແຜນການເຄື່ອນໄຫວວຽກງານສະຖິຕິໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນແຕ່ລະໄລຍະ;
2. ຄົ້ນຄວ້າ ແລະ ສະເໜີຕໍ່ສົນສະຖິຕິແຫ່ງຊາດ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນສະຖິຕິ, ຄົ້ໜຄວ້າສະເໜີປະຕິບັດນະໂຍບາຍຍ້ອງຍໍ ແລະ ລົງວິໄນຕໍ່ພະນັກງານສະຖິຕິໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
3. ຄົ້ນຄວ້າ ແລະ ສະເໜີຕໍ່ສູນສະຖິຕິແຫ່ງຊາດກ່ຽວກັບການປະຕິບັດນະໂຍບາຍຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີຜົນງານໃນການສະໜອງຂໍ້ມູນ ແລະ ປະຕິບັດວິໄນ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ບໍ່ປະຕິບັດຕາມລະບອບການລາຍງານ ແລະ ພັນທະໃນການລາຍງານສະຖິຕິ ເຊິ່ງໄດ້ກຳນົດໄວ້ໃນມາດຕາ 20, 22 ແລະ 23 ຂອງກົດໝາຍວ່າດ້ວຍສະຖິຕິ;
4. ໂຄສະນາ, ເຜີຍແຜ່ນະໂຍບາຍ, ລະບຽບກົດໝາຍ, ແຜນຍຸດທະສາດ, ແຜນດຳເນີນງານ, ຂໍ້ຕົກລົງ, ຄຳສັ່ງເພື່ອໃຫ້ເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ
5. ຈັດຕັ້ງປະຕິບັດການເກັບກຳຂໍ້ມູນສະຖິຕິ ແລະ ທວງເອົາຂໍ້ມູນສະຖິຕິຕາມການລາຍງານບໍລິຫານ ແລະ ການສຳຫຼວດເຊັນ: ການສຳຫຼວດໃຫຍ່, ການສຳຫຼວດແບບຕົວແທນ ແລະ ການນສະຫຼວດສະເພາະ ໃນຂອບເຂດທ້ອງຖີ່ນຂອງຕົນ; ສັງລວມ, ປຸງແຕ່ງ, ວິໄຈ, ຈັດພິມ, ເຜີຍແຜ່ຂໍ້ມູນສະຖິຕິທາງການໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
6. ສ້າງຕາຕະລາງເກັບກຳ, ສ້າງປື້ມຄູ່ມື, ເຂົ້າຮ່ວມປຶກສາຫາລື, ປະກອບຄຳເຫັນທາງດ້ານວິຊາການກ່ຽວກັບສະຖິຕິຕາມຄວາມຮັບຜິດຊອບຂອງຕົນ;ຊຸກຍູ້ສູນສະຖິຕິປະຈຳເມືອງ, ເທດສະບານ ໃນການຈັດຕັ້ງປະຕິບັດວຽກງານສະຖິຕິດ້ວຍການນຳໃຊ້ກົນໄກ ແລະ ວິທີ່ການປະສານງານທ່ີ່ເໝາະສົມ;
7. ບຳລົງ, ກໍ່ສ້າງ, ສຶກສາອົບຮົມ, ຍົກລະດັບຄວາມຮູ້ ແລະ ຄວາມສຳນານງານດ້ານສະຖິຕິໃຫ້ແກ່ລັດຖະກອນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
8. ສະຫຼູບ, ລາຍງານຜົນການຈັດຕັ້ງປະຕິບັດວຽກງານສະຖິຕິໃຫ້ສູນສະຖິຕິແຫ່ງຊາດ, ພະແນກແຜນການ ແລະ ການລົງທືນ ແລະ ອົງການປົກຄອງຂັ້ນແຂວງຢ່າງເປັນປົກກະຕິ ແລະ ທັນເວລາ;
9. ປະຕິບັດໜ້າທີ່ອື່ນ ຕາມລະບຽບກົດໝາຍ ແລະ ການມອບໝາາຍຂອງຂັ້ນເທິງ.

II. ຂອບເຂດສິດ

1. ອອກແຈ້ງການ ແລະ ຄໍາແນະນໍາກ່ຽວກັບການດໍາເນີນວຽກງານສະຖິຕິ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
2. ຊີ້ນໍາ, ຄູ້ມຄອງ ແລະ ຈັດຕັ້ງວຽກການຜະລິດ ແລະ ການເຜີຍແຜ່ສະຖິຕິຂອງແຂວງ, ນະຄອນ, ເມືອງ, ເທດສະບານໃນຂອບເຂດຄວາມຮັບພິຊອບ.
3. ຄົ້ນຄວ້າ ແລະ ສະເໝີສູນສະຖິຕິແຫ່ງຊາດ ແຕ່ງຕັ້ງ, ຍົກຍ້າຍໝ້າທີ່ ຫຼື ປົດຕໍາແໝ່ງຫົວໝ້າ ແລະ ຮອງຫົວໝ້າສູນສະຖິຕິປະຈຳເມືອງ, ເທດສະບານ, ຫົວໝ້າ ແລະ ຮອງຫົວໝ້າຂະແໝງພາຍໃນສູນສະຖິຕິປະຈຳແຂວງ, ບົນພື້ນຖານຄວາມເຫັນດີເປັນເອະພາບກັບພະແນກແຜນການ ແລະ ການລົງທືນແຂວງ ແລະ ຄະນະຈັດຕັ້ງຂອງແຂວງ, ນະຄອນ.
4. ພົວພັນ, ຮວມມືສາກົນ ກ່ຽວກັບວຽກງານສະຖິຕິ ໂດຍຜ່ານສູນສະຖິຕິແຫ່ງຊາດ,
5. ຕີດຕາມ, ກວດກາ ແລະ ປະເມີນ ກ່ຽວກັບລະບອບວິທີ່ວິທະຍາສະຖິຕິ ແລະ ການເຄື່ອນໄຫວວຽກງານສະຖິຕິ ຕາມແຜນດຳເນີນງານຂອງສູນສະຖິຕິປະຈຳເມືອງ,ເທດສະບານ ແລະ ຂະແໝງສະຖິຕິຂອງພະແນກການອ້ອມຂ້າງແຂວງ, ນະຄອນໃນຕ່ລະໄລຍະ.
6. ປະຕິບັດສິດອື່ນໆຕາມລະບຽບກົດໝາຍ ແລະ ການມອບໝາຍຂອງຂັ້ນເທີ່ງ.

ເຈົ້າອາດຈະພາດ